ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຖະແຫຼງ​ຂ່າວລາຍການ​ແຂ່ງຂັນ​ລົດຖີບ
"ກັບ​ຄືນ​ສູ່ ດ້ຽນ​ບຽນ​ຝູ-2024"
ຊີງ​ຂັນ ໜັງສືພິມ​ກອງທັບ ​ປະຊາຊົນຫວຽດນາມ

     ອີງ​ຕາມ ເວັບ​ໄຊ້ ໜັງສືພິມກອງທັບ ​ປະຊາຊົນ​ຫວຽດນາມ, ໃນ​ວັນ​ທີ 25 ເມສາ​ນີ້, ໄດ້​ມີ​ການ​ຖະແຫຼງ​ຂ່າວ ລາຍການ​ແຂ່ງຂັນ​ລົດຖີບ
“ກັບ​ຄືນ​ສູ່ ດ້ຽນ​ບຽນ​ຝູ-2024, ຊີງ​ຂັນ ໜັງສືພິມ​ກອງທັບ​ປະຊາຊົນ​ຫວຽດນາມ ໄດ້​ຈັດ​ຂຶ້ນ ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ ສະຫາຍ ພົນ​ຈັດ
ຕະວາ ດວ່ານ ຊວນ ໂບ ຫົວໜ້າ​ບັນນາທິການ​ໃຫຍ່​ໜັງສືພິມ​ກອງທັບ​ປະຊາຊົນ​ຫວຽດນາມ. ທັງ​ເປັນຫົວໜ້າ​ຄະນະ​ຈັດ​ຕັ້ງລາຍການ​ແຂ່ງຂັນ​
ລົດຖີບ​ຄັ້ງ​ນີ້. ລາຍການ​ນີ້ ໄດ້​ຮັບ​ການ​ອະນຸມັດ​ໂດຍ​ກະຊວງ​ປ້ອງ​ກັນ​ປະເທດ ​ສສ ຫວຽດນາມ ເນື່ອງ​ໃນ​ໂອກາດສະເຫຼີມສະຫຼອງວັນ​ໄຊຊະນະ
​ດຽນ​ບຽນ​ຝູ ຄົບຮອບ 70 ປີ (7/5/1954-7/5/ 2024), ເຊີ່ງໜັງສືພິມ​ກອງທັບ​ປະຊາຊົນ​ຫວຽດນາມ ໄດ້​ສົມທົບ​ກັບ​ສະຫະພັນ​ກີລາ​ແຂ່ງ
ຂັນ​ລົດຖີບ ແລະ ລົດຍົນ​ຫວຽດນາມ, ທະນາຄານ​ຫຸ້ນ​ສ່ວນ​ການ​ຄ້າການ​ທະຫານ, ກຸ່ມ​ບໍລິສັດ​ນ້ຳມັນ ແລະ ອາຍ​ແກັສ ຫວຽດນາມ, ທະນາ
ຄານ​ຫຸ້ນ​ສ່ວນ​ການ​ຄ້າບັກ​ອາ ແລະ ກຸ່ມ​ບໍລິສັດມາຍ​ລີງ ເພື່ອ​ສົມທົບ​ກັນ​ຈັດ​ຕັ້ງ​ການ​ແຂ່ງຂັນ. ງານ​ແຂ່ງຂັນ​ລົດຖີບ​ຄັ້ງ​ນີ້ ເປັນ​ຄັ້ງ​ທີ 5. ໂດຍ​ຈະ
​ໄດ້​ດຳເນີນ​ໄປ​ແຕ່​ວັນ​ທີ 1-5 ພຶດສະພາ 2024, ດ້ວຍ​ໄລຍະ​ທາງ 525 ກິໂລແມັດ ຈາກ​ຈຸດ​ເລີ່ມ​ຕົ້ນ​ທີ່​ນະຄອນ​ຮ່າ​ໂນ້ຍ ຫາເສັ້ນ​ໄຊທີ່​ ນະຄອນ
ດ້ຽນ​ບຽນ​ຝູ ແຂວງ​ເຊີນ​ລາ. ການ​ແຂ່ງຂັນ​ຄັ້ງ​ນີ້​ມີ​ນັກ​ກິລາ 70 ຄົນ​ທີ່​ມາ​ຈາກ 10 ພາກສ່ວນ ແຂ່ງຂັນ​ຄື: ນະຄອນຫຼວງ​ຮ່າ​ໂນ້ຍ, ນະຄອນ​ໂຮ່​ຈິ​
ມິນ, ທະຫານ​ເຂດ 7, ບັນດາ​ແຂວງ: ອານ​ຢາງ, ດົງ​ທາບ, ດົ່ງ​ນາຍ, ບິ່ງ​ເຢືອງ, ວິງ​ລອງ, ແທງ​ຮວາ ແລະ ຮວ່​​າງ​ບິ່ງ.

     ໃນ​ໂອກາດ​ຂອງ​ການ​ແຂ່ງຂັນ ຍັງ​ໄດ້​ຈັດ​ໃຫ້​ມີ​ກິດຈະກຳ​ຕ່າງໆ ເຊັ່ນ: ໂຄງການ​ຕອບ​ບຸນ​ແທນ​ຄຸນ​ຜູ້​ມີ​ຜົນງານ, ຜູ້​ທີ່​ພົບ​ຄວາມ​ຫຍຸ້ງຍາກ
ບັນດາ​ທ້ອງ​ຖິ່ນເຂດ​ຊົນນະບົດ ໂດຍ​ຄະນະ​ຈັດ​ຕັ້ງງານ​ນີ້ ໄດ້​ສົມທົບ​ກັບ​ຜູ້​ສະໜັບສະໜູນ​ຈາ​ບັນດາທະນາຄານ, ບໍລິສັດ​ຫ້າງ​ຮ້ານ, ຜູ້​ມີໃຈ​ບຸນ
ແລະ ອຳນາດ​ການ​ປົກຄອງ​ທ້ອງຖິ່ນ. ຍອດ​ມູນ​ຄ່າ​ການ ຊ່ວຍເຫຼືອ ແມ່ນ​ປະມານ 9,5 ຕື້​ດົ່ງ. ນອກຈາກ​ນັ້ນ, ຄະນະ​ຈັດ​ຕັ້ງ​ການ​ແຂ່ງຂັນ ຍັງ​
ໄດ້​ຈັດ​ຕັ້ງ​ລາຍ ການແຂ່ງຂັນ​ກວດ​ສອບຄວາມ​ຮູ້​ກ່ຽວ​ກັບ ”ໄຊ​​ຊ​ະນະ​ດ້ຽນ​ບຽນ​ຝູ”ທາງ​ອອນ​ລາຍ ຜ່ານ​ໜັງສືພິມ​ກອງທັບ​ປະຊາຊົນ​ຫວຽດ​ນາ​ມ
ພ້ອມ​ທັງ​ມີ​ການ​ປະ​ກວດ​ຮູບ​ຖ່າຍ​ກ່ຽວ​ກັບ​ການ​ແຂ່ງຂັນ​ລົດຖີບ​ຄັ້ງ​ນີ້ ແລະ ການ​ແຂ່ງຂັນ​ຄັ້ງ​ຜ່ານ​ມາ​ຂອງ​ບັນດາ​ນັກ​ຂ່າວ​ສຳນັກ​ຕ່າງໆ​ທີ່​ເຂົ້າ​ຮວມ
​ຕິດຕາມ​ເອົາ​ຂ່າວ​ລາຍ​​ກນ​ນີ້ອີກ​ດ້ວຍ.

     ທ່ານ ຫງວ​​ຽນ ​ງອກ ​ວູ ເລຂາທິການ ສະຫະພັນ​ກິລາ​ລົດຖີບ ແລະ ລົດຍົນ​ຫວຽດນາມ ໄດ້​ກ່າວ​ວ່າ: “ການ​ແຂ່ງຂັນ​ລົດຖີບ ”ກັບ​ຄືນ​ສູ່​ດຽນ​
ບຽນ​ຝູ” ນັກກີລາ​ຈະ​ໄດ້​ຖີບ​ລົດ​ບົນ​ເສັ້ນທາງ​ທີ່​ຍາວ​ໄກ, ຄົດ​ລ້ຽວສູງ​ຊັນ ຜ່ານ​ບັນດາ​ພູຜາປ່າໄມ້​ທຳ​ມະ​ຊາດ​ສວຍ​ງາມ, ບ້ານ​ເມືອງ ເຂດ​ຊຸມ​ຊົນ
ຫຼາຍ​ເຜົ່າ​ຊົນ ຫຼາຍ​ບ່ອນ​ມີ​ເສັ້ນທາງ​ຍາກນັກກີລາ​ຕ້ອງ​ມີ​ສຸຂະພາບ ແລະ ລຳ​ຂາ​ທີ່​ແຂງ​ແຮງ​ຈຶ່ງ​ຈະ​ເອົາ​ຊະນະ​ເສັ້ນທາງ​ນີ້​ໄດ້, ແຕ່​ຈະ​ມີ​ຄວາມ​ຮູ້ສຶກ
​​ເຂັ້ມ​ແຂງ​ອົດທົນ​ຂອງ​ນັກຮົບ​ດຽນ​ບຽນ​ໃນ ​ເມື່ອ​ກ່ອນ​ທີ່​ສາມາດ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ ແລະ ຄວາມ​ດຸເດືອດ​ຂອງ​ສົງຄາມ​ກູ້​ຊາດ, ຜ່ານ​ການ​
ແຂ່ງຂັນ​ນັ້ນ​ຈະ​ໄດ້ ຄວາມ​ຮູ້​ ແລະ ​ຄຸນຄ່າ​ປະຫວັດສາດ ສ້າງຄວາມ​ພາກພູມ​ໃຈ​ຂອງ​ຊາດ​ມາ​ໃຫ້​ຜູ້​ຂັບ​ຂີ່​ທຸກ​ຄົນ​ບົນ​ເສັ້ນ ທາງ​ປະຫວັດສາດ​ແຫ່ງ
​ນີ້ທີ່​ບັນພະບຸລຸດ​ໄດ້​ສ້າງ​ໄວ້ ແລະ ​ສືບ​ທອດ​ມາສູ່​ຄົນ​ລຸ້ນ​ຫຼັງ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 29/04/2024